ກັນຍາ 29

ກອງປະຊຸມຖອດຖອນບົດຮຽນລະຫ່ວາງ 3 ພາກສ່ວນ ພະແນກ ສຶກສາທິການ ແລະ ກິລາ ແຂວງ(ສກຂ) ຊຽງຂວາງ-ຫົວພັນ-ວິທະຍາໄລຄູຄັງໄຂ

ຊື່ຜູ້ຂຽນ ອຈ ໄຊຍະພອນ ຈັນດາວົງ

ເພື່ອວາງແຜນຮ່ວມກັນໃນການພັດທະນາການສຶກສາ ແລະ ກິລາ ມີຂຶ້ນໃນຕອນເຊົ້າຂອງວັນທີ 12 ພະຈິກ 2020 ນີ້ ທີ່ຫ້ອງປະຊຸມພະແນກ ສກຂ ຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກ ສກຂ ຊຽງຂວາງພ້ອມຄະນະ, ທ່ານ ລິນອານົງ ທອງຄໍາມີ ຮອງຫົວໜ້າພະແນກ ສກຂ ຫົວພັນ, ທ່ານ ສຸດຈັນທອງ ຈັນທະວົງ ຮອງອຳນວຍການ ວິທະຍາໄລຄູຄັງໄຂ ພ້ອມຄະນະ, ມີທ່ານຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງແປກ, ຫົວໜ້າຂະແໜງທີ່ກ່ຽວຂ້ອງທັງ 3 ພາກສ່ວນ ພ້ອມດ້ວຍ ຜອ ໂຮງຮຽນ ແລະ ສູນອ້ອມຂ້າງເຂົ້າຮ່ວມ

ຜູ້ລົງຂ່າວ ສີອາມອນ ສົມໄຊຍະສິນ ວັນທີ່ລົງຂ່າວ: 12 ເດືອນ ພະຈິກ ປີ 2020,




ກັນຍາ 29

ກອງປະຊຸມຕິດຕາມການປະເມີນຄຸນນະພາບພາຍໃນປະຈໍາປີ 2020 ວິທະຍາໄລຄູຄັງໄຂ ສົກຮຽນ 2019 - 2020

ຊື່ຜູ້ຂຽນ ອຈ ໄຊຍະພອນ ຈັນດາວົງ

ເພື່ອລາຍງານການຕິດຕາມປະກັນຄຸນນະພາບພາຍໃນວິທະຍາໄລຄູຄັງໄຂ ໃນສົກຮຽນ 2019 - 2020. ດັ່ງນັ້ນ, ໃນເວລາ 8 ໂມງຂອງວັນທີ 09/11/2020 ວິທະຍາໄລຄູຄັງໄຂຈິ່ງໄດ້ເປີດກອງປະຊຸມຕິດຕາມປະກັນຄຸນນະພາບການສຶກສາພາຍໃນວິທະຍາໄລຄູຄັງໄຂຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມວິທະຍາໄລຄູຄັງໄຂ. ພາຍໃຕ້ການເປັນປະທານຂອງທ່ານ ອຈ. ວັນນີ ຢ່າງເຈຍມົວ ຄະນະພັກຮາກຖານຜູ່ອຳນວຍການວິທະຍາໄລຄູຄັງໄຂ, ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ອາຈານ ເພັດມະນີ ສີລັດມີນາ ຮອງຫົວໜ້າພະແນກກວດກາຕິດຕາມ ແລະ ປະເມີນຜົນ ກົມສ້າງຄູ ພ້ອມຄະນະ 1 ທ່ານ, ມີບັນດາທ່ານເລຂາຄະນະພັກຖາກຖານ ຄະນະອຳນວຍການ ວິທະຍາໄລຄູຄັງໄຂ ແລະ ຄະນະກຳມະການປະກັນຄຸນນະພາບພາຍໃນວິທະຍາໄລຄູຄັງໄຂ ລວມທັງໝົດຈຳນວນ 27 ທ່ານ, ຍິງ 9 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ນັບແຕ່ວັນທີ 09 - 10 ພະຈິກ 2020

ໃນເບື້ອງຕົ້ນທີ່ປະຊຸມກໍໄດ້ຮັບການປະກອບຄຳຄິດຄຳເຫັນ ພ້ອມທັງກ່າວເປີດພິທິ ຈາກທ່ານ ປະທານ ແລະ ໄດ້ຮັບຟັງການມີຄຳຄິດຄຳເຫັນຊີ້ທິດເຍືອງທາງໃນການຈັດຕັ້ງປະຕິບັດການປະກັນຄຸນນະພາບການສຶກສາຈາກທ່ານ ເພັດມະນີ ສີລັດມີນາ. ຈາກນັ້ນ; ທາງຄະນະຮັບຜິດຊອບກໍໄດ້ດຳເນີນຕາມວາລະຂອງກອງປະຊຸມ ໂດຍຕາງໜ້າຄະນະປະກັນຄຸນນະພາບການສຶກສາພາບພາຍໃນ ໄດ້ສະເໜີຜ່ານຮ່າງບົດລາຍງານການປະກັນຄຸນນະພາບການສຶກສາພາຍໃນ ວິທະຍາໄລຄູຄັງໄຂ ສົກຮຽນ 2019 - 2020 ເຊິ່ງໄດ້ສະເໜີຜົນການປະເມີນໃຫ້ຄະແນນຕາມ 10 ມາດຖານ ແລະ 50 ຕົວຊີ້ວັດ, ສະເໜີຈຸດດີ ແລະ ຈຸດຄົງຄ້າງ 10 ມາດຖານ ແລະ 50 ຕົວຊີ້ວັດທີ່ຄວນປັບປຸງ ແລະ ໄດ້ຜ່ານແຕ່ລະມາດຖານຢ່າງລະອຽດ ແລະ ຜູ່ເຂົ້າຮ່ວມກອງປະຊຸມໄດ້ພິຈາລະນາຄວາມເໜາະສົມຂອງແຕ່ລະເນື້ອໃນ ແລະ ຄວາມສອດຄ່ອງຂອງຂໍ້ມູນຫຼັກຖານແຕ່ລະມາດຖານ ພ້ອມທັງປະກອບຄຳເຫັນໃສ່ ເພື່ອປັບປຸງບາງບັນຫາຄົງຄ້າງຂອງແຕ່ລະມາດຖານຄືນໃໝ່ ນອກຈາກນັ້ນ; ກອງປະຊຸມຍັງໄດ້ຮັບຝັງການນຳສະເໜີຮ່າງບົດລາຍງານການສ້າງສູນແຫ່ງການພັດທະນາ ແລະ ສູນແຫ່ງຄວາມເປັນເລີດ ຂອງໜ່ວຍງານພາສາລາວ-ວັນນະຄະດີ ແລະ ໜ່ວຍງາຍຟີຊິກສາດ ທັງ 2 ພາກ ເຊິ່ງໄດ້ສະເໜີຕາມ 07 ຈຸດປະສົງຢ່າງລະອຽດ ແລະ ຜູ່ເຂົ້າຮ່ວມກອງປະຊຸມໄດ້ພິຈາລະນາຄວາມເໜາະສົມຂອງແຕ່ລະກິດຈະກຳຕາມແຕ່ລະຈຸດປະສົງ ພ້ອມທັງປະກອບຄຳເຫັນໃສ່ ເພື່ອປັບປຸງບາງບັນຫາຄົງຄ້າງຂອງແຕ່ລະຈຸດປະສົງຄືນໃໝ່. ສັງລວມແລ້ວກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ທ່ານປະທານກອງປະຊຸມພ້ອມດ້ວຍທີມງານກວດກາຕິດຕາມ ແລະ ປະເມີນຜົນກົມສ້າງຄູ ແລະ ຄະນະກໍາມະການປະກັນຄຸນນະພາບການສຶກສາພາຍໃນວິທະຍາໄລຄູຄັງໄຂໄດ້ສົນທະນາແລກປ່ຽນຄວາມຄິດເຫັນ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການປະກັນຄຸນນະພາບການສຶກສາພາຍໃນສົກຮຽນ 2019-2020 ແລະ ໄດ້ຕົກລົງຮັບຮອງເອົາບົດລາຍງານການສ້າງສູນແຫ່ງການພັດທະນາ ແລະ ສູນແຫ່ງຄວາມເປັນເລີດ ຂອງໜ່ວຍງານພາສາລາວ-ວັນນະຄະດີ ແລະ ໜ່ວຍງາຍຟີຊິກສາດ ທັງ 2 ພາກ. ກອງປະຊຸມໄດ້ປິດລົງໃນເວລາ 16 ໂມງ 30 ນາທີ ຂອງວັນທີ 10 ພະຈິກ 2020 ຢ່າງເປັນທາງການ ແລະ ພ້ອມດ້ວຍຜົນສຳເລັດຢ່າງຈົບງາມ.

ຜູ້ລົງຂ່າວ ສີອາມອນ ສົມໄຊຍະສິນ ວັນທີ່ລົງຂ່າວ: 11 ເດືອນ ພະຈິກ ປີ 2020,




ກັນຍາ 29

ກອງປະຊຸມຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງຖານ TEMIS ຂອງວິທະຍາໄລຄູຄັງໄຂ ປະຈຳສົກຮຽນ 2020-2021

ຊື່ຜູ້ຂຽນ ອຈ ວົງ ໄຊຍະພອນ

ເພື່ອທົບທວນໜ້າທີ່ຮັບຜິຊອບຂອງແຕ່ລະພາກສ່ວນທີ່ຮັບຜິດຊອບຖານຂໍ້ມູນ TEMIS ຄືນໃໝ່, ເພື່ອຊັບຊ້ອນໜ້າທີ່່ຮັບຜິດຊອບເພີ່ມເຕີມອີກໃນບາງພາກສ່ວນອີກ ແລະ ເປັນການແນະນຳປ້ອນຂໍ້ມູນບາງດ້ານເຂົ້າຖານຂໍ້ມູນຕື່ມອີກ ຂອງວຽກງານຖານຂໍ້ມູນ TEMIS ວິທະຍາໄລຄູຄັງໄຂ. ດັ່ງນັ້ນ, ໃນເວລາ 8 ໂມງຂອງວັນທີ 28 ຕຸລາ 2020 ຈິ່ງໄດ້ເປີດກອງປະຊຸມຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງຖານ TEMIS ຂອງວິທະຍາໄລຄູຄັງໄຂ ປະຈຳສົກຮຽນ 2020-2021 ຂຶ້ນຢ່າງເປັນທາງການ. ພາຍໃຕ້ການເປັນປະທານຂອງທ່ານ ອຈ. ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ, ພ້ອມດ້ວຍການເຂົ້າຮ່ວມຂອງບັນດາທ່ານຄະນະອຳນວຍການ, ຫົວໜ້າຫ້ອງການ, ຄູ-ອາຈານ, ພະນັກງານລວມທັງໝົດຈຳນວນ 36 ທ່ານ, ຍິງ 12 ທ່ານ.

ໃນທີ່ປະຊຸມບັນດາຄູ-ອາຈານ, ພະນັກງານ ກໍໄດ້ຮັບຟັງເອກະສານບົດລາຍງານ ແລະ ການຈັດຕັ້ງບັນດາກິດຈະກຳຕ່າງໆ ເຊັ່ນ ຜ່ານບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ, ຜ່ານເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນ TEMIS + ການປ້ອນຂໍ້ມູນ TEMIS 2020 ແລະ ຜ່ານຮ່າງຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່ ຈາກນັ້ນ ບັນດາຜູ້ແທນໃນກອງປະຊຸມໄດ້ຄົ້ນຄວ້າ, ສົນທະນາ ແລະ ປະກອບຄຳເຫັນຕໍ່ບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS, ເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນTEMIS + ການປ້ອນຂໍ້ມູນ TEMIS 2020 ແລະ ຮ່າງຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່ ເພື່ອຊອກຫາວິທີແກ້ໄຂບາງບັນຫາທີ່ກ່ຽວຂ້ອງກັບການພັດທະນາຖານ TEMIS ໃນວິທະຍາໄລຄູຄັງໄຂໃນໄລຍະຜ່ານມາ. ກອງປະຊຸມໄດ້ຕົກລົງເປັນເອກະພາບຮັບຮອງເປັນມະຕິດັ່ງນີ້ ຮັບຮອງເອົາບົດສະຫຼຸບຫຍໍ້ ແລະ ທິດທາງປັບປຸງກ່ຽວກັບການຄຸ້ມຄອງຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ, ຕົກລົງຮັບຮອງເອົາເນື້່ອໃນທີ່ສຳຄັນຂອງຄູ່ມືຄຸ້ມຄອງ ແລະ ນຳໃຊ້ຂໍ້ມູນ TEMIS + ການປ້ອນຂໍ້ມູນ TEMIS 2020 ສ່ວນການອັບເດດຂໍ້ມູນນັກສຶກສາແມ່ນມອບໃຫ້ແຕ່ລະພາກສ່ວນອັບເດດຄືນໃໝ່, TEMIS ແຕ່ລະຫ້ອງການປ້ອນຄະແນນລົງໃນຖານຄືເກົ່າ ໂດຍມອບໃຫ້ຫົວໜ້າຫ້ອງການຊຸກຍູ້ ຕິດຕາມ ຊ່ວຍເຫຼືອ TEMIS, ຊ່ວຍແນະນຳໃຫ້ໜ່ວຍງານໃນການແບ່ງໂມງສອນໃຫ້ຄູ - ອາຈານ, ຊ່ວຍຕິດຕາມຂະບວນການຮຽນ, ຜົນການຮຽນຂອງນັກຮຽນ ແລະ ຕົກລົງຮັບຮອງເອົາຂໍ້ຕົກລົງຂອງຜູ້ອຳນວຍການວ່າດ້ວຍຄະນະຮັບຜິດຊອບຖານຂໍ້ມູນ TEMIS ຂອງວິທະຍາໄລຄູຄັງໄຂ ສະບັບໃໝ່ ສ່ວນວຽກຄູປະຈຳຫ້ອງແມ່ນມອບໃຫ້ຫ້ອງການກິດຈະການນັກສຶກສາເປັນຜູ້ຮັບຜິດຊອບປ້ອນ, ວຽກພິມບັດນັກສຶກສາແມ່ນປ່ຽນເປັນລົງທະບຽນນັກສຶກສາເຂົ້ານອນໃນຫໍພັກລວມແທນ. ເພື່ອເຮັດໃຫ້ມະຕິກອງປະຊຸມໄດ້ຖືກຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ກອງປະຊຸມຮຽກຮ້ອງໃຫ້ບັນດາຜູ້ບໍລິຫານການສຶກສາ, ຄູ-ອາຈານ, ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມນີ້ໄປຜັນຂະຫຍາຍເປັນແຜນກິດຈະກຳໃຫ້ເປັນຮູບປະທຳ, ເພີ່ມຄວາມເສຍສະຫຼະ, ຕ້ອງຕັດສິນໃຈນຳພ້ອມກັນຈັດຕັ້ງປະຕິບັດ ແລະ ໃຫ້ມີຜູ້ຮັບຜິດຊອບແຕ່ລະວຽກງານຢ່າງລະອຽດເພື່ອໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ. ກອງປະຊຸມໄດ້ປິດລົງໃນເວລາ 11 ໂມງ 30 ນາທີ ຂອງວັນທີ 28 ຕຸລາ 2020 ຢ່າງເປັນທາງການ ແລະ ພ້ອມດ້ວຍຄວາມໝາຍຜົນສຳເລັດຢ່າງຈົບງາມ.

ຜູ້ລົງຂ່າວ ສີອາມອນ ສົມໄຊຍະສິນ ວັນທີ່ລົງຂ່າວ: 29 ເດືອນ ຕຸລາ ປີ 2020,




ກັນຍາ 29

ກອງປະຊຸມປະເມີນວິທະຍາໄລຄູຄັງໄຂຢາເສບຕິດ ປະຈຳສົກຮຽນ 2020 - 2021

ຊື່ຜູ້ຂຽນ ອຈ ໄຊຍະພອນ

ວິທະຍາໄລຄູຄັງໄຂ ຈັດກອງປະຊຸມປະເມີນວິທະຍາໄລຄູຄັງໄຂປອດຢາາເສບຕິດ ເພື່ອສ້າງວິທະຍາໄລຄູຄັງໄຂເປັນວິທະຍາໄລຄູປອດຢາເສບຕິດ ປະຈຳສົກຮຽນ 2020 - 2021 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ຕຸລາ 2020 ຢູ່ທີ່ສະໂມສອນຂອງວິທະຍາໄລຄູຄັງໄຂ,
ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອຳພາວັນ ກວ້າງມານີວັນ ຮອງຫົວໜ້າກົມພະລະ ແລະ ສິລະປະ ແລະ ທ່ານ ອາຈານ ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ, ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ປະກາຍທອງ ແກ່ນພົງກຸມມານ ຫົວໜ້າພະແນກສິລະປະສຶດສາ ແລະ ທ່ານ ອາຈານ ລີວັນ ວົດານັນທະພັນ ຮອງຜູ້ອຳນວຍການວິທະຍາໄລຄູຄັງໄຂ, ບັນດາທ່ານຄະນະຮັບຜິດຊອບຈາກກົມພະລະ ແລະ ສິລະປະ, ຄູ - ອາຈານ ແລະ ນັກສຶກສາວິທະຍາໄລຄູຄັງໄຂເຂົ້າຮ່ວມທັງໝົດ 120 ກວ່າຄົນ. ໃນວາລະທຳອິດທ່ານ ອາຈານ ວັນນີ ຢ່າງເຈຍມົວ ໄດ້ມີຄຳຄິດເຫັນສະແດງຄວາມຮູ້ສຶກພາກພູມໃຈທີ່ໄດ້ຕ້ອນຮັບຄະນະປະເມີນຈາກກົມພະລະ ແລະ ສິລະປະ ທີ່ມາ ປະເມີນວິທະຍາໄລຄູຄັງໄຂ ເພື່ອສ້າງວິທະຍາໄລຄູຄັງໄຂເປັນວິທະຍາໄລຄູປອດຢາເສບຕິດ.

ຈາກນັ້ນ, ທ່ານ ອຳພາວັນ ກວ້າງມານີວັນ ຮອງຫົວໜ້າກົມພະລະ ແລະ ສິລະປະ ໄດ້ມີຄຳຄິດເຫັນຕໍ່ທີ່ປຸຊຸມ ເຊິ່ງທ່ານໄດ້ກ່າວຈຸດປະສົງຂອງການມາປະເມີນໃນຄັ້ງນີ້ຕໍ່ທີ່ປະຊຸມໄດ້ຮັບຟັງ, ທ່ານໄດ້ຍົກໃຫ້ເຫັນບາງບັນຫາທີ່ໄດ້ປະຕິບົດໂຄງການໃນໄລຍະຜ່ານມາ ແລະ ກໍໄດ້ຊີ້ແນະໃນການຂະບວນການປະເມີນໃນຄັ້ງນີ້ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິພາບ, ພ້ອມທັງກ່າວເປີດພິທີຢ່າງເປັນທາງການ. ໃນພິທີດັ່ງກ່າວ ຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາຈາກທາງກົມພະລະ ແລະ ສິລະປະ ພ້ອມທັງມີການສົນທະນປະກອບຄຳຄິດເຫັນຢ່າງກົງໄປກົງໃນທາງທີ່ສ້າງສັນ ແລະ ຍັງໄດ້ມີການແນະນຳໃຫ້ຄວາມກະຈ່າງແຈ້ງກ່ຽວກັບປະຫວັດຄວາມເປັນມາ, ປະເພດ, ຜົນຮ້າຍຂອງຢາເສບຕີີດ ແລະ ບັນດາກົດໝາຍວ່າດ້ວຍການເສບ, ຊື້ - ຂາຍ, ມີຢາເສບຕິດຊະນິດຕ່າງໆໄວ້ຄອງຄອບຈະໄດ້ຮັບໂທດຄືແນວໃດຕໍ່ນັກສຶກສາ. ຈາກນັ້ນ, ໄດ້ມີການຈັດການຖາມ-ຕອບຄຳຖາມກ່ຽວກັບຢາເສບຕິດກັບນ້ອງໆນິສິດນັກສຶກສາ. ໃນຕອນທ້າຍໄດ້ມີການແນະນຳວິທີຕອບແບບຟອມປະເມີນຈາກຄະນະຮັບຜິດຊອບຂອງກົມພະລະ ແລະ ສິລະປະ ແລະ ຈັດກາານປະເມີນຄວາມຮູ້ ແລະ ຄວາມເຂົ້າໃຈຂອງນັກສຶກສາທີ່ມີຕໍ່ຢາເສບຕິດ.
.

ຜູ້ລົງຂ່າວ ສີອາມອນ ສົມໄຊຍະສິນ ວັນທີ່ລົງຂ່າວ: 23 ເດືອນ ຕຸລາ ປີ 2020,




ກັນຍາ 29

ກອງປະຊຸມການປະເມີນຄູສອນໂດຍນັກສຶກສາ ຂອງວິທະຍາໄລຄູຄັງໄຂ ຄັ້ງວັນທີ 7 ກໍລະກົດ 2020

ຊື່ຜູ້ຂຽນ ອຈ

ກອງປະຊຸມໄດ້ຈັດຂື້ນທີ່​ຫ້ອງ​ປະ​ຊູມ​ຊັ້ນ 2 ຂອງ ວິທະຍາໄລຄູຄັງໄຂ ໂດຍ​ແມ່ນທ່ານ ອຈ ສຸດຈັນທອງ ຈັນທະວົງ ​ເປັນປະທານກອງປະຊຸມ ຈຸດປະສົງ:
1. ເພື່ອສະເໜີຜົນການປະເມີນຄູສອນໂດຍນັກສຶກສາປະຈຳພາກຮຽນທີ 1 ສົກຮຽນ 2019-2020
2. ເພື່ອສະເໜີແຜນການໄລຍະເວລາປະເມີນຄູສອນໂດຍນັກສຶກສາປະຈຳພາກຮຽນທີ 2. ສົກຮຽນ 2019-2020
ເຊີ່ງ​ມີ​ຜູ້ເຂົ້າຮ່ວມ​ທັງ​ໝົດ​ຈ​ຳ​ນວນ 25 ທ່ານ

ຜູ້ລົງຂ່າວ ສິອາມອນ ສົມໄຊຍະສິນ ວັນທີ່ລົງຂ່າວ: 7 ເດືອນ ກໍລະກົດ ປີ 2020,




ເມສາ 11

ກອງປະຊຸມຄະນະພັກຮາກຖານວິທະຍາໄລຄູຄັງໄຂ ໃນເວລາ 1 ໂມງ 00 ນາທີ ຂອງວັນທີ 19 ມີຖຸນາ 2020

ຊື່ຜູ້ຂຽນ ອາຈານ

ວິທະຍາໄລຄູຄັງໄຂໄດ້ຈັດດກອງປະຊຸມຄະນະພັກຮາກຖານຂຶ້ນທີ່ຫ້ອງປະຊຸມວິທະຍາໄລຄູຄັງໄຂ ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນນີ ຢ່າງເຈຍມົວ ເລຂາຄະນະພັກຮາກຖານ ແລະ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສຸວອນ ພົມມະວີ ຫົວໜ້າຂະແໜງກໍ່ສ້າງພັກ ຄະນະຈັດຕັ້ງແຂວງ ພ້ອມຄະນະ, ມີບັນດາ ສະຫາຍ ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມທັງໝົດ 137 ສະຫາຍ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍເພື່ອເປັນການຮ່ວມຊີວິດການເມືອງຂອງຄະນນະພັກຮາກຖານທົ່ວວິທະຍາໄລຄູຄັງໄຂ, ເປັນການຫວນຄືນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ແຜນການທິດທາງໃນຕໍ່ໜ້າ ແລະ ເປັນການກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ.

ໃນກອງປະຊຸມບັນດາສະຫາຍຜູ້ແທນກອງປະຊຸມໄດ້ຮັບຟັງການມີຄຳເຫັນ ແລະ ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຈາກສະຫາຍ ວັນນີ ຢ່າງເຈຍມົວ ປະທານກອງປະຊຸມ ພ້ອມນັ້ນບັນດາສະຫາຍຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດເຫັນໃສ່ບົດລາຍງານດັ່ງກ່າວ. ຈາກນັ້ນບັນດາສະຫາຍກໍໄດ້ຮັບຟັງການຜ່ານຮ່າງບົດສຳຫຼວດການນຳພາຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ ຈາກສະຫາຍ ສຸດຈັນທອງ ຈັນທະວົງ ຮອງເລຂາຄະນະພັກຮາກຖານ ແລະ ໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານການເງິນໃນໜ່ວຍພັກຮາກຖານ ຈາກສະຫາຍ ຄຳແຝງ ແສງຄຳຈັນ ຄະນະພັກຮາກຖານວິທະຍາໄລຄູຄັງໄຂ. ໃນຕອນທ້າຍ ສະຫາຍ ຄຳຮູ້ ຈັນທະປັນຍາ ຄະນະພັກຮາກຖານ ກໍໄດ້ຜ່ານມະຕິຮັບຮອງຂອງທ່ານເລຂາພັກແຂວງວ່າດ້ວຍການຮັບຮອງເອົາ 8 ໜ່ວຍພັກ ໃນຮາກຖານພັກວິທະຍາໄລຄູຄັງໄຂ ເປັນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ເຊິ່ງລວມມີ ໜ່ວຍພັກ ວັດປະເມີນຜົນ - ພັດທະນາຄູ, ໜ່ວຍພັກສົ່ງເສີມວິຊາການ, ໜ່ວຍພັກກິດຈະການນັກສຶກສາ, ໜ່ວຍພັກຈັດຕັ້ງພັກ - ພະນັກງານ, ໜ່ວຍພັກບໍລິຫານ, ໜ່ວຍພັກວິທະຍາສາດທຳມະຊາດ, ໜ່ວຍພັກອະນຸບານ - ປະຖົມ ແລະ ໜ່ວຍພັກໂຮງຮຽນປະຖົມສາທິດ ເຊິ່ງແມ່ນສະຫາຍ ສຸວອນ ພົມມະວີ ຫົວໜ້າຂະແໜງກໍ່ສ້າງ ຄະນະຈັດຕັ້ງແຂວງ ເປັນກຽດຂຶ້ນມອບໃບຮັບຮອງດັ່ງກ່າວ ພ້ອມນັ້ນ, ສະຫາຍ ສຸວອນ ພົມມະວີ ຍັງໄດ້ໃຫ້ກຽດຂຶ້້ນຜ່ານມາດຖານເງື່ອນໄຂໃນການທາບທາມເອົາຄະນະພັກຮາກຖານຊຸດໃໝ່. ຈາກນັ້ນ, ສະຫາຍ ພົມມາ ສໍສົມມີ ຫົວໜ້າຄະນະຮັບຜິດຊອບການປ່ອນບັດທາບຂຶ້ນແນະນຳວິທີການຕ່າງໆ ແລະ ກໍໄດ້ຈັດຕັ້ງການປ່ອນບັດທາບທາມດັ່ງກ່າວຈົນສຳເລັດ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະພັກຮາກຖານວິທະຍາໄລຄູຄັງໄຂ ທີ່ຈະເປີດໃນບໍ່ດົນນີ້.

ຜູ້ລົງຂ່າວ ຈັນທະແສງ ທະນີພອນ ວັນທີ່ລົງຂ່າວ: 19 ເດືອນ 06 ປີ 2020,



ອ່ານຕໍ່    4| | | 1 4| | | 2 | | |3 4| | | | | |3