Image Credit: made4dev.com (Premium Programming T-shirts)
ບົດສັງລວມຫຍໍ້
ການວິໄຈຄັ້ງນີ້ ເປັນການສຶກສາກ່ຽວກັບການພັດທະນາທັກສະການຕອບຄໍາຖາມຂອງນັກຮຽນ ໂດຍໃຊ້ການສອນແບບສົນທະນາ ຈາກການສອນນັກສຶກສາ ຫ້ອງປີ3ກ ສາຍວິທະຍາສາດສັງຄົມ ລະບົບ 12+4 ທີ່ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ສົກຮຽນ 2014-2015. ເຊິ່ງໄດ້ສຶກສາຈາກປະຊາກອນໂດຍກົງລວມມີ 47 ຄົນ.
ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນຄັ້ງນີ້ ເປັນການບັນທຶກຂໍ້ມູນຈາກການສັງເກດ, ການວິເຄາະຂໍ້ມູນແມ່ນການວິເຄາະ ໂດຍພິຈະລະນາຈາກຂໍ້ມູນທີ່ໄດ້ຈາກການບັນທຶກໃນຂະບວນການຈັດການຮຽນ - ການສອນເຊິ່ງສາມາດຕີລາຄາໄດ້ດັ່ງນີ້: ຄູໄດ້ແນະນຳໃຫ້ບົດຮຽນໃຫ້ນັກຮຽນຄົ້ນຄວ້າເວລາດຳເນີນການສອນໄດ້ຢູ່ໃນລະດັບດີ,ຄູໄດ້ເຂົ້າຊ່ວຍເຫຼືອນັກຮຽນເວລາເຮັດກິດຈະກຳໄດ້ຢູ່ໃນລະດັບດີຫຼາຍ ແລະ ດີ, ຄູຕັ້ງຄຳຖາມ ແລະ ຊີ້ແຈງຄຳຖາມໄດ້ຢ່າງຊັດເຈນໄດ້ຢູ່ໃນລະດັບ ປານກາງ-ດີ, ຄູໄດ້ມີມາດຕະການ ເພື່ອໃຫ້ນັກຮຽນໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າບົດຮຽນ ໄດ້ຢູ່ໃນລະດັບ ດີ, ຄູໄດ້ມີວິທີກະຕຸ້ນນັກຮຽນໄດ້ຢ່າງທົ່ວເຖິງໄດ້ຢູ່ໃນລະດັບດີ, ຄູອະທິບາຍບົດຮຽນໄດ້ຢ່າງຊັດເຈນຢູ່ໃນລະດັບດີ, ຄູໄດ້ຈັດລຽງຫົວຂໍ້ ແລະ ຄຳຖາມຕາມລຳດັບຢູ່ໃນລະດັບ ດີ-ດີຫຼາຍ, ຄວາມຮູ້ພື້ນຖານຂອງນັກຮຽນຢູ່ໃນລະດັບ ປານກາງ, ການໃສ່ໃຈຂອງນັກຮຽນເວລາເຮັດກິດຈະກຳໄດ້ຢູ່ໃນລະດັບ ດີ.
ປື້ມບົດວິໃຈ