ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2022 ນີ້ ວິທະຍາໄລຄູຄັງໄຂ ໄດ້ເປີດກອງປະຊຸມປະຈຳປີຮຽນຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຈ. ວັນນີ ຢ່າງເຈຍມົວ ຜູ້ອຳນວຍການວິທະຍາໄລຄູຄັງໄຂ, ພ້ອມດ້ວຍການເຂົ້າຮ່ວມຂອງບັນດາທ່ານຄະນະພັກຄະນະອຳນວຍການ, ຄູ-ອາຈານ, ພະນັກງານໃນວິທະຍາໄລຄູຄັງໄຂ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມສາທິດເຂົ້າຮ່ວມທັງໝົດຈຳນວນ 200 ກວ່າທ່ານ.
ໃນທີ່ປະຊຸມບັນດາຄູ-ອາຈານ, ພະນັກງານກໍໄດ້ຮັບຟັງເອກະສານບົດລາຍງານ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເຊັ່ນ ຜ່ານມາດຖານສະມັດຖະພາບ ດ້ານ ICT ຂອງຄູໃນ ສ ປ ປ ລາວ, ຜ່ານບົດສະຫຼຸບປະຈຳສົກຮຽນ 2020 - 2021 ແລະ ບົດແຜນການປະຈຳສົກຮຽນ 2021-2022 ຂອງວິທະຍາໄລຄູຄັງໄຂ, ວຽກງານຄຸິມຄອງນໍາໃຊ້ໄຟຟ້າ, ນໍ້າລິນ ແລະ ນໍ້າປະປາ ແລະ ວຽກງາການເງິນ. ການເລື່ອນຊັ້ນຂັ້ນເງີນເດືອນ, ການພົ້ນຊັ້ນ ແລະ ວຽກງານການປ້ອງກັນ. ການປະເມີນຜົນພາຍໃນ ກຽມປະເມີນຜົນພາຍນອກ, ການປັບປຸງເວັບໄຊ ແລະ ເຂົ້າເຖິງຖານຂໍ້ມູນ. ການຄຸ້ມຄອງຫໍພັກ, ເຮືອນຄົວ ແລະ ການອອກແຮງງານອະນາໄມສິ່ງແວດລ້ອມ. ການເຝິກອົບຮົມວິທີສອນໃຫ້ໂຮງຮຽນເປົ້າໝາຍ ແລະ ການເກັບກໍາຂໍ້ມູນພາສາເຜົ່າຢູ່ແຂວງຫົວພັນ; ການປັບປຸງຄຸນນະພາບການຮຽນ - ການສອນໃນ ວຄຄຂ ແລະ ໂຮງຮຽນສາທິດ, ການຂັດຈັ້ງປະຕິບັດນິຕິກໍາຄູສອນດີສອນເກັ່ງ ແລະ ນັກຮຽນດີນັກຮຽນເກັ່ງ ແລະ ມາດຖານ ICT ຂອງຄູລາວ. ການຈັດຕັ້ງວຽກງານ COD ແລະ COE ແລະ ການປັບປຸງຄູນນະພາບການຮຽນ - ການສອນສາຍວິທະຍາສາດສັງຄົມ. ຂະບວນການຮຽນ - ການສອນໃຫ້ກ້າວສູ່ຄວາມເປັນເລີດ. ປັບປຸງວິທີການສອນໃຫ້ແກ່ຄູພາສາອັງກິດໃຫ້ໂຮງຮຽນສາທິດ, ສະພາບການຂັດການຮຽນ - ການສອນໃນຫ້ອງການປະຖົມ ແລະ ແນວທາງການປັບປຸງການຮຽນ - ການສອນໃນຫ້ອງການປະຖົມ. ການປະຕິບັດລະບຽບຂອງນັກຮຽນ, ການສ້າງນັກຮຽນດີນັກຮຽນເກັ່ງ ແລະ ສັງເກດສະພາບການສອນຂອງຄູຈາກ ວຄຄຂ ລົງສອນຢູ່ໂຮງຮຽນສາທິດ. ການສອບເສັງນັກຮຽນເກັ່ງ ແລະ ການປັບປຸງການຮຽນ - ການສອນ ພາສາລາວຊັ້ນປະຖົມ ແລະ ວຽກງານສະພາວິທະຍາສາດ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນສະຫຼຸບຜົນງານການຈັດຕັ້ງປະຕິບັດແຜນການຕ່າງໆທີ່ໄດ້ກຳນົດໄວ້ໃນສົກຮຽນ 2020 - 2021 ແລະ ວາງທິດທາງແຜນການປະຈຳສົກຮຽນ 2021-2022 ຂອງວິທະຍາໄລຄູຄັງໄຂ. ຄົ້ນຄວ້າ, ສົນທະນາ ແລະ ປະກອບຄຳເຫັນຕໍ່ບົດລາຍງານ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອຊອກຫາວິທີແກ້ໄຂບາງບັນຫາທີ່ກ່ຽວຂ້ອງກັບການພັດທະນາການສ້າງຄູໃນວິທະຍາໄລຄູຄັງໄຂໃນໄລຍະຜ່ານມາ.
ກອງປະຊຸມຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ໄດ້ປິດລົງໃນຕອນແລງ ຂອງວັນທີ 20 ພຶດສະພາ 2022
ວິທະຍາໄລຄູຄັງໄຂວັນທີ 19/5/2022
ຂຽນໂດຍ ວົງ ວິລະສອນ
ຖ່າຍພາບໂດຍ: ໄຊຍະພອນ ຈັນດາວົງ